ຕາດຜາສ້ວມ (ນໍ້າຕົກຜາສ້ວມ)

ນໍ້າຕົກຜາສ້ວມ ຫ່າງຈາກເມືອງບາຈຽງຈະເລີນສຸກໄປທາງທິດຕາເວັນຕົກສ່ຽງເຫນືອ ປະມານ 4 ກິ ໂລແມັດ ເຊິ່ງມີທາງແຍກເຂົ້າໄປດ້ານຊ້າຍມືຫ່າງ ຈາກທາງເລກທີ 20 ໄປແຂວງສາລະວັນ ປະ ມານ 500 ແມັດ. ພື້ນທີ່ດິນສ່ວນໃຫຍ່ມີລັກສະນະຫລຸບໂນນ, ມີທົ່ງນາ, ສວນ, ໄຮ່...ຜາສ້ວມກວມເອົາເນື້ອທີ່ປ່າໄມ້ 117 ເຮັກຕາ ສ່ວນຫລາຍແມ່ນປ່າໄມ້ປະສົມ, ປ່າໄມ້ແຈ້ງ, ຕົ້ນໄມ້ເກີດຫ່າງ ໃນນັ້ນ ຊະນິດພັນໄມ້ມີຄື: ໄມ້ບາກ, ໄມ້ຍາງ, ໄມ້ເປື້ອຍ, ໄມ້ຈິກດົງ, ໄມ້ສະຄາມ, ໄມ້ປໍເຫືອງ, ໄມ້ພຸງ, ໄມ້ດູ່... ເຫລົ່ານີ້ເປນຕົ້ນ. ບໍລິເວັນດັ່ງກ່າວແມ່ນມີຫ້ວຍນໍ້າຈໍາປີ ແລະ ຫ້ວຍຫມາກແງວໄຫລຜ່ານຕະຫລອດປີ. ຢູ່ລະຫວ່າງຍ່ານໃຈກາງເຂດນີ້ ສາຍນໍ້າໄດ້ໄຫລໂຕນຜາຫີນຕາມຮູບແບບທໍາມະຊາດເອີ້ນວ່າ: " ນໍ້າຕົກຕາດຜາສ້ວມ " ນັ້ນເອງ.